ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 15 ຄົນ​ຈາກ​ການ​ປະ​ທະ​ກັນ​ຢູ່​ນະຄອນ​ຣາ​ຟາ

     ອີງ​ຕາມ​ລາຍ​ງານ​ຈາກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ໃຫ້​ຮູ້​ໃນ​ວັນ​ທີ 29 ເມສາ 2024 ຜ່ານ​ມາ​ນີ້​ວ່າ: ສຳນັກ​ຂ່າວສານ ວາ​ຟາ
(WAFA) ຂອງ ປາ​ແລດ​ສະ​ຕີນ ໄດ້​ໃຫ້​ຮູ້​ວ່າ: ມີ​ຊາວ​ປາ​ແລັດ​ສະ​ຕິນ​ເສຍ​ຊີວິດ​ຢ່າງ​ໜ້ອຍ 15 ຄົນ ຈາກ​ການ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​
ແອນ ແນໃສ່​ຕຶກ​ອາ ຄານ​ອາ​ພັດ​ເມັນ 3 ແຫ່ງ​ຢູ່​ນະຄອນ ຣາ​ຟາ (Rafah), ທາງ​ທິດໃຕ້​ຂອງ​ເຂດ ກາ​ຊາ ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 28 ເມ
ສາ 2024 ຜ່ານ​ມາ.

     ປັດຈຸ​ບັນ, ຍັງ​ມີ​ປະຊາຊົນ​ຫຼາຍ​ຄົນ​ສູນຫາຍໃນ​ຊາກ​ຫັກ​ພັງ ແລະ ໜ່ວຍ​ງານ​ກູ້​ໄພ​ກູ້​ຊີບ​ພວມ​ພະຍາຍາມ​ຄົ້ນ​ຫາ ແລະ ຊ່ວຍເຫຼືອ​ຜູ້​
ທີ່​ລອດ​ຊີວິດ. ຕາມ​ຂໍ້​ມູນ​ຕົວ​ເລກ​ຈາກ​ຝ່າຍ ປາ​ແລັດ​ສະ​ຕິນ ໃຫ້​ຮູ້​ວ່າ: ຈາກ​ການ​ໂຈມ​ຕີ​ຂອງ​ກອງທັບ ອິດ​ສະ​ຣາ​ແອນ ໄດ້​ເຮັດ​ໃຫ້​ມີ​ຊາວ
​ປາ​ແລັດ​ສະ​ຕິນ​ເສຍ​ຊີວິດ​ໄປ​ແລ້ວ​ຈຳນວນ 66 ຄົນ ແລະ ມີ​ຫຼາຍ​ຄົນ​ໄດ້​ຮັບ​ບາດເຈັບ​ໃນ 24 ຊົ່ວໂມງ​ຜ່ານ​ມາ.

     ກ່ອນ​ໜ້າ​ເຫດການ​ໂຈມ​ຕີ​ດັ່ງກ່າວ, ວັນ​ທີ 28 ເມສາ 2024 ຜ່ານ​ມາ, ສື່​ມວນ​ຊົນ ອິດ​ສະ​ຣາ​ແອນ ໄດ້​ໃຫ້​ຂ່າວ​ວ່າ: ຫົວໜ້າ​ໜ່ວຍ
​ງານ​ໄອ​ຍະ​ການ​ຂອງ​ສານ​ຍຸຕິ​ທຳ​ສາກົນ (ICJ) ຢູ່ ລາ​ໄຮ, ປະເທດ ໂຮນ​ລັງ, ອາດ​ຈະ​ຮັບຮອງ​ເອົາ​ຂໍ້​ຕົກລົງ​ຈັບ​ຕົວ​ນາຍົກ ລັດຖະມົນຕີ, ລັດ
ຖະມົນຕີ​ກະຊວງ​ການ​ຕ່າງປະເທດ ແລະ ຫົວໜ້າ​ເສນາ​ທິ​ການ​ກອງທັບ ອິດ​ສະ​ຣາ​ແອນ ດ້ວຍ​ຂໍ້​ກ່າວ​ຫາ​ທີ່​ພົວພັນ​ເຖິງ​ການ​ໂຈມ​ຕີ​ຢູ່​ເຂດ
ກາ​ຊາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/05/2024